Вход на сайт

Просмотр новости

Найдите то, что Вас интересует

ວາລະແຫ່ງຊາດຂອງລັດຖະບານ ບໍ່ເຄີຍບັນລຸເປົ້າ.

Дата публикации: 17-06-2026 17:00:32

ລັດຖະບານລາວ ຍົກບັນຫາ ການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ເປັນວາລະແຫ່ງຊາດ ທີ່ຈະຕ້ອງໄດ້ຮັບການສະກັດກັ້ນ ແລະ ແກ້ໄຂຢ່າງຮີບດ

Основное содержимое страницы с новостью.

Radio Free Asia Logo

ວາລະແຫ່ງຊາດຂອງລັດຖະບານ ບໍ່ເຄີຍບັນລຸເປົ້າ.ລັດຖະບານຈະຮັບຮ້ອງຕ້ານການຄ້າມະນຸດ ເປັນວາລະແຫ່ງຊາດ.

ດ້ວຍ ອຸ່ນແກ້ວ ສຸກສະຫວັນ

2026.06.17

ລັດຖະບານລາວ ຍົກບັນຫາ ການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ເປັນວາລະແຫ່ງຊາດ ທີ່ຈະຕ້ອງໄດ້ຮັບການສະກັດກັ້ນ ແລະ ແກ້ໄຂຢ່າງຮີບດ່ວນ ໃນລະຫວ່າງປີ 2026-2030.

ວາລະແຫ່ງຊາດຂອງລັດຖະບານ ບໍ່ເຄີຍບັນລຸເປົ້າໝາຍ ເຈົ້າໜ້າດໍາເນີນການຈັບກຸມຜູ້ຍິງທີ່ຕົກຢູ່ໃນເຄືອຂ່າຍຄ້າມະນຸດ

ຂະນະທີ່ ການປະຕິບັດວາລະແຫ່ງຊາດ ກ່ຽວກັບ ບັນຫາຢາເສບຕິດ ແມ່ນຍັງບໍ່ທັນສາມາດບັນລຸຜົນໄດ້ເທື່ອ ເຖິງວ່າ ລັດຖະບານຈະມີຄວາມພະຍາຍາມສູງກໍຕາມ ແຕ່ການແຜ່ລະບາດຂອງຢາເສບຕິດ ກໍຍັງລະບາດໃນສັງຄົມຢ່າງຕໍ່ເນື່ອງ ແລະ ຍັງເປັນບັນຫາທ້າທາຍຂອງລັດຖະບານລາວ.

ປັດຈຸບັນ ປະເທດລາວ ກໍາລັງພົບກັບສິ່ງທ້າທາຍຢ່າງໜັກ ໃນການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ບໍ່ວ່າຈະເປັນການຂູດຮິດແຮງງານ, ການບັງຄັບໃຫ້ຄ້າປະເວນີ, ການຫຼອກລວງໄປແຕ່ງງານກັບຄົນຕ່າງປະເທດ ຫຼື ແຕ່ງງານແອບແຝງ ແລະ ການຮັບຈ້າງຖືພາແທນ.

ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ໄດ້ກ່າວວ່າ: ເຝົ້າລະວັງກ່ຽວກັບບັນຫາອັນນີ້ເດ້ ໂຕຄ້າມະນຸດນີ້ ລົງໄປນີ້ລະແມ່ນ ນຶ່ງລະບ້ານທີ່ມີຄວາມສ່ຽງເນາະ ບ້ານມີຄວາມສ່ຽງຕາມຊາຍແດນລະເນາະ ສອງມາລະແມ່ນໂຮງຮຽນ ໂດຍສະເພາະລະແມ່ນຈຸດໜັກລະເລັ່ງໃສ່ໂຮງຮຽນກ່ອນ ສູ່ມື້ນີ້ມັນຈະຫຍຸ່ງຢາກ ເພາະເວົ້າເລື່ອງການສື່ສານມັນທັນສະໄໝ ໄປແລ້ວພັດໄປຖືກເຂົາຕົວະຍົວະ.

ຂະນະທີ່ ຕຳຫຼວດສະກັດກັ້ນ ແລະຕ້ານການຄ້າມະນຸດ ຍອມຮັບວ່າ ການແກ້ໄຂບັນຫາ ການຄ້າມະນຸດໃນລາວ ຍັງມີຄວາມຫຍຸ່ງຍາກ ແລະທ້າທາຍຢ່າງໜັກ ເພາະເຈົ້າໜ້າທີ່ລາວ ຍັງຂາດຄວາມເຂົ້າໃຈ ຄວາມວ່ອງໄວ ຂອງຂະບວນການຄ້າມະນຸດ ຈຶ່ງເຮັດການແກ້ໄຂບັນຫາ ບໍ່ສາມາດເຮັດໄດ້ຢ່າງທັນທີ.

ພັນເອກ ກິແກ້ວ ຈັນທະລັງສີ ຫັວໜ້າກົມຕຳຫຼວດສະກັດກັ້ນ ແລະຕ້ານການຄ້າມະນຸໄດ້ ກ່າວ ໃນວັນທີ 10 ມິຖຸນາ 2025 ວ່າ: ພວກນາຍໜ້າ ຫຼື ພວກຄົນບໍ່ດີ ມີວີທີການ ມີເລ່ເຫຼີ່ຽມ ໃນການເຄື່ອນໄຫວກະທຳຜິດ ປ່ຽນໃໝ່ໄປເລື່ອຍໆ ຈຶ່ງເຮັດໃຫ້ເຈົ້າໜ້າທີ່ຂອງພວກເຮົານີ້ ບໍ່ສາມາດສະກັດກັ້ນ ໄດ້ທັນເວລາ ຫຼືວ່າ ສະກັດກັ້ນໄດ້ ແຕ່ວ່າ ກໍບໍ່ໝົດທຸກກໍລະນີ.

ໃນແຕ່ລະປີ ປະຊາຊົນລາວ ຖືກຕົວະຫຼອກລວງໄປທ່ອງທ່ຽວ, ແຕ່ງດອງແອບແຝງກັບຄົນຕ່າງປະເທດ, ໄປຊອກວຽກເຮັດງານທໍາຢູ່ບັນດາຕົວເມືອງໃຫຍ່ ຢູ່ພາຍໃນ ຫຼື ຕ່າງປະເທດ ແລ້ວຖືກຂູດຮີດແຮງງານ, ຂູດຮີດທາງເພດ ແລະ ຖືກບັງຄັບເປັນໂສເພນີ ໂດຍສະເພາະແມ່ນແມ່ຍິງ ແລະ ເດັກນ້ອຍລາວ ຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ມີຈໍານວນຫຼາຍພໍສົມຄວນ.

Схожие новости

#Наименование новостиТональностьИнформативностьДата публикации
1ລັດຖະບານລາວ ປະກາດຟອກຂາວສະແກມເມີ01001-08-2026
2ເຂື່ອນບໍ່ຮັບຜິດຊອບທົດແທນຄວາມເສຍຫາຍ 022.508-06-2026
3ສາທາ ສັງໂຈະໂຮງໝໍ BLL ຂໍ້ຫາຄ້າອະໄວຍະວະຜິດກົດໝາຍ05.6322-07-2026
4ຈີນເຂົ້າມາຄອບຄົວ ຄວບຄຸມລາວຫຼາຍດ້ານ01020-07-2026
5ຄົນລາວ: ບໍ່ເຊື່ອວ່າ ມີແຕ່ 5 ຄົນ ສໍ້ໂກງ ຢູ່ໄຟຟ້າລາວ036.6708-07-2026
6ລາວບໍ່ສາມາດ ປະກາດພົ້ນທຸກ 017.6913-07-2026
7ລາວຂາດແຄນແຮງງານ, ແຮງງານຕ່າງດ້າວເຂົ້າມາແທນ 01001-07-2026
8ລາວຕິດອັນດັບ 178 ຈາກ 180 ປະເທດ ເກືອບໂລ້ຍໝູ່ ດ້ານສິ່ງແວດລ້ອມ028.7515-06-2026
9ຄ່າໄຟຟ້າແພງຂຶ້ນອີກແລ້ວ01017-08-2026
10ສະເລ່ຍ ຄົນລາວນຶ່ງຄົນ ຕິດໜີ້ 40 ລ້ານ ກີບ 031.4307-07-2026

Классификация: Международные. Схожих патентов: 0. Схожих новостей: 10. Тональность: 0. Информативность: 8.26. Источник: www.rfa.org.