ປະຊາຊົນລາວຫຼາຍຄົນຈົ່ມວ່າ ຄ່າໄຟຟ້າແຕ່ລະເດືອນແພງຂຶ້ນຫຼາຍ ສົ່ງຜົນກະທົບຕໍ່ລາຍຈ່າຍໃນຄອບຄົວ.
ດ້ວຍ ອຸ່ນແກ້ວ ສຸກສະຫວັນ
2026.08.17
ປະຊາຊົນລາວຫຼາຍຄົນຈົ່ມວ່າ ຄ່າໄຟຟ້າແຕ່ລະເດືອນແພງຂຶ້ນຫຼາຍ ສົ່ງຜົນກະທົບຕໍ່ລາຍຈ່າຍໃນຄອບຄົວ.
ຄ່າໄຟຟ້າແພງຂຶ້ນອີກແລ້ວ ປະຊາຊົນລາວຫຼາຍຄົນຈົ່ມວ່າ ຄ່າໄຟຟ້າແຕ່ລະເດືອນແພງຂຶ້ນຫຼາຍ ສົ່ງຜົນກະທົບຕໍ່ລາຍຈ່າຍໃນຄອບຄົວ.ປະຊາຊົນໃນນະຄອນຫຼວງວຽງຈັນ ກ່າວຕໍ່ເອເຊຍເສລີວ່າ ຄ່າໄຟຟ້າແຕ່ລະເດືອນປັບສູງຂຶ້ນຫຼາຍ ແຕ່ກ່ອນເຄີຍຈ່າຍຄ່າໄຟບໍ່ເກີນ 2 ແສນກີບຕໍ່ເດືອນ ແຕ່ເດືອນຫຼ້າສຸດ ຕ້ອງຈ່າຍເກືອບ 6 ແສນກີບ ແລະບໍ່ໄດ້ໃຊ້ໄຟຫຼາຍ ພ້ອມທັງຮຽກຮ້ອງໃຫ້ພາກລັດພິຈາລະນາຫຼຸດອັດຕາຄ່າໄຟຟ້າລົງ.
ກ່ອນໜ້ານີ້ ວັນທີ 6 ສິງຫາ 2026 ກໍ່ມີປະຊາຊົນໂພສຜ່ານເຟສບຸກວ່າ ຄ່າໄຟຂອງສວນນ້ຳແຫ່ງໜຶ່ງ ໃນນະຄອນຫຼວງວຽງຈັນ ເພີ່ມຈາກກວ່າ 8 ລ້ານກີບໃນເດືອນພຶດສະພາ ເປັນກວ່າ 9 ລ້ານກີບໃນເດືອນມິຖຸນາ ແລະພຸ່ງເຖິງກວ່າ 31 ລ້ານກີບໃນເດືອນກໍລະກົດ.
ເເລະຍັງມີອີກຫຼາຍຄົນ ທີ່ຈົ່ມເຖິງບັນຫາຄ່າໄຟຟ້າແພງ ຂະນະດຽວກັນ ລັດວິສາຫະກິດໄຟຟ້າລາວ ກໍ່ເຄີຍອອກແຈ້ງການປັບອັດຕາຄ່າໄຟຟ້າພາກທີ່ຢູ່ອາໄສ ສຳລັບເດືອນພຶດສະພາ 2026 ຫາເດືອນທັນວາ 2029 ອີງຕາມແຈ້ງການເລກທີ 1639/ພບ.ຫກ ລົງວັນທີ 18 ພຶດສະພາ 2026
ການຊົມໃຊ້ໄຟຟ້າ 0 ຫາ 25 ກິໂລວັດໂມງ ປັບຈາກ 614 ເປັນ 850 ກີບ
ແຕ່ 26 ຫາ 150 ກິໂລວັດໂມງ ປັບຈາກ 707 ເປັນ 958 ກີບ.
ເຖິງແມ່ນລາວຂຶ້ນຊື່ວ່າ ເປົນຫມໍ້ໄຟແຫ່ງອາຊຽນ ເເຕ່ບໍ່ເເມ່ນຂອງລາວ 100 % ເພາະລັດວິສາຫະກິດໄຟຟ້າລາວ ຍັງມີໜີ້ສິນປະມານ 4 ຕື້ໂດລາສະຫະລັດ ເຊິ່ງອາດເປັນປັດໄຈໜຶ່ງ ທີ່ຕ້ອງນຳເງິນໄປໃຊ້ຫນີ້ ແລະເຮັດໃຫ້ຄ່າໄຟຍັງຢູ່ໃນລະດັບສູງ.
| # | Наименование новости | Тональность | Информативность | Дата публикации |
|---|---|---|---|---|
| 1 | ລາວຂາດແຄນແຮງງານ, ແຮງງານຕ່າງດ້າວເຂົ້າມາແທນ | 0 | 10 | 01-07-2026 |
| 2 | ຄົນລາວ: ບໍ່ເຊື່ອວ່າ ມີແຕ່ 5 ຄົນ ສໍ້ໂກງ ຢູ່ໄຟຟ້າລາວ | 0 | 36.67 | 08-07-2026 |
| 3 | ລັດຖະບານລາວ ປະກາດຟອກຂາວສະແກມເມີ | 0 | 10 | 01-08-2026 |
| 4 | ເຂື່ອນບໍ່ຮັບຜິດຊອບທົດແທນຄວາມເສຍຫາຍ | 0 | 22.5 | 08-06-2026 |
| 5 | ຈີນເຂົ້າມາຄອບຄົວ ຄວບຄຸມລາວຫຼາຍດ້ານ | 0 | 10 | 20-07-2026 |
| 6 | ວາລະແຫ່ງຊາດຂອງລັດຖະບານ ບໍ່ເຄີຍບັນລຸເປົ້າ. | 0 | 8.26 | 17-06-2026 |
| 7 | ລາວບໍ່ສາມາດ ປະກາດພົ້ນທຸກ | 0 | 17.69 | 13-07-2026 |
| 8 | ລາວຕິດອັນດັບ 178 ຈາກ 180 ປະເທດ ເກືອບໂລ້ຍໝູ່ ດ້ານສິ່ງແວດລ້ອມ | 0 | 28.75 | 15-06-2026 |
| 9 | Предсказано усиление опасного природного феномена | 0 | 5 | 16-07-2026 |
| 10 | AFP: число жертв тайфуна "Раи" на Филиппинах возросло до 33 | 0 | 0 | 18-12-2021 |