ນັກວິຊາການ ແລະ ປະຊາຊົນ ເຫັນວ່າ ມັນເປັນໄປໄດ້ຍາກ ທີ່ລັດຖະບານ ຈະເຮັດໃຫ້ຄອບຄົວທຸກຍາກເກືອບ 2 ແສນ ຄອບຄົວ ຫຼຸດພົ້ນທຸກ.
ດ້ວຍ ອຸ່ນແກ້ວ ສຸກສະຫວັນ
2026.07.13
ນັກວິຊາການ ແລະ ປະຊາຊົນ ເຫັນວ່າ ມັນເປັນໄປໄດ້ຍາກ ທີ່ລັດຖະບານ ຈະເຮັດໃຫ້ຄອບຄົວທຸກຍາກເກືອບ 2 ແສນ ຄອບຄົວ ຫຼຸດພົ້ນອອກຈາກຄວາມທຸກຍາກພາຍໃນປີ 2026.
ລາວ ບໍ່ສາມາດປະກາດພົ້ນທຸກໄດ້ ອີກແລ້ວ ມີຄອບຄົວທຸກຍາກຢູ່ລາວ ເກືອບ 200,000 ຄົນ ແລະ ລັດຖະບານໄດ້ເລື່ອນການປະກາດພົ້ນທຸກອອກໄປ ຈົນຮອດປີ 2030.ລັດຖະບານລາວ ບໍ່ສາມາດປະກາດ ຈະອອກຈາກສະຖານະພາບປະເທດດ້ອຍພັັັດທະນາ ມາຕັ້ງແຕ່ປີ 2020 ແຕ່ ກໍມີຂໍ້ອ້າງວ່າ ຍ້ອນການລະບາດຂອງໂຄວິດ-19. ຕໍ່ມາ ລັດຖະບານລາວຈຶ່ງ ເລື່ອນມາປະກາດໃນປີ 2024 ແຕ່ ກໍບໍ່ສາມາດປະກາດໄດ້, ແລະ ລັດຖະບານ ຈຶ່ງເລື່ອນມາ ປີ 2026.
ລັດຖະບານລາວ ໄດ້ລາຍງານວ່າ ຍັງມີຄອບຄົວທຸກຍາກ ເກືອບ 2 ແສນຄອບຄົວ ຄິດເປັນເບີເຊັນ ປະມານ 14.% ແລະ ຈະຍົກເອົາບັນຫາ ການຫຼຸດຜ່ອນຄວາມທຸກຍາກ ຂຶ້ນເປັນວາລະແຫ່ງຊາດ ໃນປີ 2027 ຫາ 2030 ນີ້.
ນັກວິຊາການ ທາງດ້ານເສດຖະກິດລາວ ເຫັນວ່າ ມັນບໍ່ງ່າຍ ທີ່ຈະປະກາດພາຍໃນປີ 2026.
ການຫຼຸດຜ່ອນຄວາມທຸກຍາກ ພັດທະນາຊົນນະບົດ ມັນບໍ່ພຽງແຕ່ວ່າ ໄປສົ່ງເສີມກະສິກຳ ກັບສ້າງອາຊີບ ມັນມີຫຼາຍປັດຈັຍ ຫຼາຍແນວ ມັນບໍ່ງ່າຍ, GDP ເພິ່ມຂຶ້ນ ສ່ວນຫຼາຍຈະເປັນການລົງທຶນຂະໜາດໃຫຍ່ ແຕ່ມັນບໍ່ສົ່ງຜົນສະທ້ອນຕໍ່ຊີວິດການເປັນຢູ່ຂອງປະຊາຊົນປານໃດ
ປະຊາຊົນລາວຈຳນວນນຶ່ງ ກໍເຫັນວ່າ ເປັນໄປໄດ້ຍາກ ທີ່ຈະໃຫ້ປະເທດລາວ ອອກຈາກສະຖານະພາບປະເທດດ້ອຍພັດທະນາ ປີ 2026 ນີ້.
ສະພາບແວດລ້ອມ ໃນການພັດທະນາຫັ້ນກະ ບໍ່ມີຄວາມຄືບໜ້າ ມັນກະຫຼາຍສາເຫດ ດຽວນີ້ວັດຖຸ ສິ່ງຂອງ ຊິພັດທະນາຫັ້ນບໍ່ມີ ມັນບໍ່ໝັ່ນຄົງ
ຜົນການລາຍງານຂອງລັດຖະບານລາວ ຕໍ່ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ 10 ເລື່ອງ ການຫຼຸດຜ່ອນຄວາມທຸກຍາກ ຍັງບໍ່ສອດຄ້ອງ ແລະສວນທາງ ກັບແຜນການພັດທະນາປະເທດ ທີ່ຈະເຮັດໃຫ້ປະເທດລາວ ຫຼຸດອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ນີ້
| # | Наименование новости | Тональность | Информативность | Дата публикации |
|---|---|---|---|---|
| 1 | ລັດຖະບານລາວ ປະກາດຟອກຂາວສະແກມເມີ | 0 | 10 | 01-08-2026 |
| 2 | ຄົນລາວ: ບໍ່ເຊື່ອວ່າ ມີແຕ່ 5 ຄົນ ສໍ້ໂກງ ຢູ່ໄຟຟ້າລາວ | 0 | 36.67 | 08-07-2026 |
| 3 | ເຂື່ອນບໍ່ຮັບຜິດຊອບທົດແທນຄວາມເສຍຫາຍ | 0 | 22.5 | 08-06-2026 |
| 4 | ວາລະແຫ່ງຊາດຂອງລັດຖະບານ ບໍ່ເຄີຍບັນລຸເປົ້າ. | 0 | 8.26 | 17-06-2026 |
| 5 | ລາວຂາດແຄນແຮງງານ, ແຮງງານຕ່າງດ້າວເຂົ້າມາແທນ | 0 | 10 | 01-07-2026 |
| 6 | ສະເລ່ຍ ຄົນລາວນຶ່ງຄົນ ຕິດໜີ້ 40 ລ້ານ ກີບ | 0 | 31.43 | 07-07-2026 |
| 7 | ຄ່າໄຟຟ້າແພງຂຶ້ນອີກແລ້ວ | 0 | 10 | 17-08-2026 |
| 8 | ຈີນເຂົ້າມາຄອບຄົວ ຄວບຄຸມລາວຫຼາຍດ້ານ | 0 | 10 | 20-07-2026 |
| 9 | ນັກຮຽນເສັງເຂົ້າຮຽນ ມຊ ໜ້ອຍ | 0 | 10 | 04-08-2026 |
| 10 | ລາວຕິດອັນດັບ 178 ຈາກ 180 ປະເທດ ເກືອບໂລ້ຍໝູ່ ດ້ານສິ່ງແວດລ້ອມ | 0 | 28.75 | 15-06-2026 |