ແຮງງານລາວສ່ວນໃຫຍ່ໄປເຮັດວຽກຢູ່ໄທ ຍ້ອນເງິນເດືອນດີ ສ່ວນແຮງງານຕ່າງດ້າວເຂົ້າມາລາວ.
ດ້ວຍ ອຸ່ນແກ້ວ ສຸກສະຫວັນ
2026.07.01
ປັດຈຸບັນ ລາວຍັງປະເຊີນກັບ ບັນຫາຂາດແຄນແຮງງານ ຍ້ອນຄ່າແຮງງານຕ່ຳ ບໍ່ສອດຄ່ອງກັບຄ່າຄອງຊີບ. ຂະນະດຽວກັນ ກໍມີແຮງງານຈາກ ບັງກະລາເດສ, ມຽນມາ ແລະ ອິນເດຍ ເຂົ້າມາເຮັດວຽກໃນລາວເພີ່ມຂຶ້ນ ໂດຍສ່ວນໜຶ່ງເຂົ້າມາແບບຜິດກົດໝາຍ.
ລາວຂາດແຄນແຮງງານ, ແຮງງານຕ່າງດ້າວເຂົ້າມາແທນ ລາວຂາດແຄນແຮງງານ ຍ້ອນແຮງງານສ່ວນໃຫຍ່ ໄປເຮັດວຽກຢູ່ໄທຫຼາຍຫົວໜ່ວຍທຸຮະກິດໃນລາວ ທີ່ມີປະມານ 2,600 ຫົວຫນ່ວຍຍັງຂາດແຄນແຮງງານຈຳນວນຫລາຍ ເຊັ່ນ.
ບໍລິສັດເຄື່ອງນຸ່ງເເຫ່ງຫນຶ່ງ ຢູ່ເຂດເສດຖະກິດພິເສດ ທີ່ຍັງຕ້ອງການຄົນງານອີກປະມານ 5,000 ຄົນ ໃນຂະນະທີ່ໂຮງງານ ມີຄົນງານ ພຽງ 1,000 ຄົນ.
ຂະນະທີ່ ຊາວລາວ ໃນນະຄອນຫຼວງວຽງຈັນ ທ່ານຫນຶ່ງ ໄດ້ກ່າວວ່າ: ສາເຫດທີ່ເເຮງງານລາວ ບໍ່ອຍາກເຮັດວຽກໃນປະເທດ ຍ້ອນວ່າ ຄ່າແຮງງານໃນລາວຕ່ຳ.
ອີງຕາມ ສະຖິຕິຂອງກະຊວງແຮງງານໄທ ໃນປີ 2025 ລະບຸວ່າ ມີແຮງງານລາວ ເຮັດວຽກຢູ່ໄທປະມານ 302,000 ຄົນ ໃນນັ້ນ ມີແຮງງານ ຜິດກົດໝາຍ ເກືອບ 30,000 ຄົນ.
ໃນວັນທີ 23-24 ມິຖຸນາ 2026 ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລາຍງານຕໍ່ກອງປະຊຸມ ວ່າ ລາວຍັງມີບັນຫາຂາດເເຄນເເຮງງານ ຜ່ານມາຈຶ່ງມີແຮງງານຈາກ ບັງກະລາເດສ, ມຽນມາ ແລະ ອິນເດຍ ເຂົ້າມາເຮັດວຽກໃນລາວເພີ່ມຂຶ້ນ ເພື່ອທົດແທນແຮງງານລາວ ທີ່ຂາດແຄນ ສ່ວນໃຫຍ່ເຮັດວຽກກໍ່ສ້າງ, ວຽກສ້ອມແປງ.
ແຕ່ ໃນປີ 2024 ທາງການກວດພົບແຮງງານຕ່າງປະເທດ ທີ່ເຂົ້າມາເຮັດວຽກໃນລາວ ຜິດກົດໝາຍປະມານ 10,700 ຄົນ ໃນນີ້ຖຶກກດຫມາຍປະມານ 5,100 ຄົນ.
ຢ່າງໃດກໍຕາມ ທ່ານ ພົງໄຊສັກ ອິນຖາລາດ ຍັງລາຍງານວ່າ ໃນໄລຍະປີ 2021-2025 ມີແຮງງານ ໄດ້ກວດສຸຂະພາບພຽງ 62,900 ຄົນເທົ່ານັ້ນ ຊຶ່ງຍັງເປັນສັດສ່ວນໜ້ອຍ ເມື່ອທຽບກັບຈຳນວນແຮງງານທົ່ວປະເທດ.
| # | Наименование новости | Тональность | Информативность | Дата публикации |
|---|---|---|---|---|
| 1 | ຈີນເຂົ້າມາຄອບຄົວ ຄວບຄຸມລາວຫຼາຍດ້ານ | 0 | 10 | 20-07-2026 |
| 2 | ຄ່າໄຟຟ້າແພງຂຶ້ນອີກແລ້ວ | 0 | 10 | 17-08-2026 |
| 3 | ລັດຖະບານລາວ ປະກາດຟອກຂາວສະແກມເມີ | 0 | 10 | 01-08-2026 |
| 4 | ເຂື່ອນບໍ່ຮັບຜິດຊອບທົດແທນຄວາມເສຍຫາຍ | 0 | 22.5 | 08-06-2026 |
| 5 | ຄົນລາວ: ບໍ່ເຊື່ອວ່າ ມີແຕ່ 5 ຄົນ ສໍ້ໂກງ ຢູ່ໄຟຟ້າລາວ | 0 | 36.67 | 08-07-2026 |
| 6 | ວາລະແຫ່ງຊາດຂອງລັດຖະບານ ບໍ່ເຄີຍບັນລຸເປົ້າ. | 0 | 8.26 | 17-06-2026 |
| 7 | ລາວບໍ່ສາມາດ ປະກາດພົ້ນທຸກ | 0 | 17.69 | 13-07-2026 |
| 8 | ສະເລ່ຍ ຄົນລາວນຶ່ງຄົນ ຕິດໜີ້ 40 ລ້ານ ກີບ | 0 | 31.43 | 07-07-2026 |
| 9 | Лавров встретился с главой МИД Лаоса | 0 | 5 | 21-07-2026 |
| 10 | ລາວຕິດອັນດັບ 178 ຈາກ 180 ປະເທດ ເກືອບໂລ້ຍໝູ່ ດ້ານສິ່ງແວດລ້ອມ | 0 | 28.75 | 15-06-2026 |