Вход на сайт

Просмотр новости

Найдите то, что Вас интересует

ຈີນ, ຫວຽດນາມ ຈະພັດທະນາສອງແຂວງ ຫຼື ຂຸດເອົາແຮ່ທາດ

Дата публикации: 13-08-2026 01:25:04

ລັດຖະບານ ອະນຸມັດໃຫ້ນາຍທຶນຈີນ ແລະ ຫວຽດນາມ ເຂົ້າມາພັດທະນາ ແຂວງ ຜົ້ງສາລີ ແລະ ແຂວງຫົວພັນ ຊຶ່ງເປັນແຂວງພູດອຍ.

Основное содержимое страницы с новостью.

Radio Free Asia Logo

ຈີນ, ຫວຽດນາມ ຈະພັດທະນາສອງແຂວງ ຫຼື ຂຸດເອົາແຮ່ທາດລັດຖະບານໃຫ້ຈີນ ແລະ ຫວຽດນາມ ເຂົ້າມາພັດທະນາແຂວງຜົ້ງສາລີ ແລະ ແຂວງຫົວພັນ

ດ້ວຍ ອຸ່ນແກ້ວ ສຸກສະຫວັນ

2026.08.12

ລັດຖະບານ ອະນຸມັດໃຫ້ນາຍທຶນຈີນ ແລະ ຫວຽດນາມ ເຂົ້າມາພັດທະນາ ແຂວງ ຜົ້ງສາລີ ແລະ ແຂວງຫົວພັນ ຊຶ່ງເປັນແຂວງພູດອຍ ແລະ ເປັນແຂວງທີ່ທຸກໃນປະເທດລາວ.

ຈີນ, ຫວຽດນາມ ຈະພັດທະນາສອງແຂວງ ຫຼື ຂຸດເອົາແຮ່ທາດ ລັດຖະບານ ອະນຸມັດໃຫ້ນາຍທຶນຈີນ ແລະ ຫວຽດນາມ ເຂົ້າມາພັດທະນາ ແຂວງ ຜົ້ງສາລີ ແລະ ແຂວງຫົວພັນ ຊຶ່ງເປັນແຂວງພູດອຍ ແລະ ເປັນແຂວງທີ່ທຸກຍາກໃນປະເທດລາວ.

ລັດຖະບານມີແຜນເອົາແຂວງຫົວພັນ ໃຫ້ນັກລົງທຶນຫວຽດນາມເຂົ້າມາພັດທະນາ ສ່ວນວ່າ ແຂວງຜົ້ງສາລື ໃຫ້ນັກລົງທຶນຈີນເຂົ້າມາພັດທະນາ ໂດຍຫວັງວ່າ ໃຫ້ສອງແຂວງດັ່ງກ່າວ ມີການພັດທະນາ ໃຫ້ເຊື່ອມໂຍງກັບປະເທດຈີນ ແລະຫວຽດນາມ ຜ່ານນະໂຍບາຍພິເສດ ດ້ານພາສີ-ອາກອນ, ການອຳນວຍຄວາມສະດວກດ້ານການຄ້າຊາຍແດນ ແລະ ການເລັ່ງພັດທະນາໂຄງລ່າງພື້ນຖານສຳຄັນ.

ກ່ຽວກັບປະເດັນນີ້ ອາຈານທ່ານນຶ່ງ ຢູ່ມະຫາວິທະຍາໄລແຫ່ງຊາດລາວ ເຫັນວ່າ ການອອກນະໂຍບາຍພິເສດໃຫ້ຈີນ ແລະ ຫວຽດນາມ ຈະຊ່ວຍໃຫ້ 2 ແຂວງ ກາຍເປັນຈຸດຍຸດທະສາດຂອງປະເທດ:

“ຄືເພິ່ນເວົ້າຫັ້ນແຫຼະເນາະ ເອົາຍຸດທະສາດເປັນສຳຄັນ ເອິ້ນວ່າ ລະບົບເສດຖະ ກິດມັນຈະພົວພັນໂດຍກົງຫຼາຍ ເສດຖະກິດ-ຂະຫຍາຍໂຕຄຶກຄື້ນ, ການທ່ອງທ່ຽວເນາະ ມັນປະຢັດຕົ້ນທຶນ ແລ້ວມັນສະດວກສະບາຍເນາະ.”

ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງຜົ້ງສາລີ ກໍຍັງບໍ່ຮູ້ລາຍລະອຽດຈະແຈ້ງວ່າ ລັດຖະບານຈະອອກນະໂຍບາຍພິເສດໃນທຸລະກິດໃດແທ້ ແຕ່ສະເພາະແຂວງຜົ້ງສາລີ ຫາກຈະເຂົ້າມາສຳຫຼວດ-ຂຸດຄົ້ນແຮ່ທາດຕ່າງໆ ຖືວ່າມີໜ້ອຍຫຼາຍ:

“ລັດຖະບານຊິໃຫ້ຈີນ-ຫວຽດນາມເນາະ ແຕ່ວ່າ ແຂວງຜົ້ງສາລີນີ້ກະ ແຫຼ່ງແຮ່ຫຍັງຕ່າງໆ ມັນມີໜ້ອຍ”

ແຕ່ ໃນເວລາດຽວກັນ ປະຊາຊົນ ກໍມີຄວາມກັງວົນວ່າ ການທີ່ນັກລົງທຶນຈີນ ແລະ ຫວຽດນາມ ຈະເຂົ້າມາພັດທະນາໂຄງລ່າງພື້ນຖານນັ້ນ ກໍຄົງເປັນໄປໄດ້ຍາກ, ແຕ່ ຄວາມຈິງກໍຄື ນັກລົງທຶນຈີນ ແລະ ຫວຽດນາມ ຈະເຂົ້າມາພຽງແຕ່ຂຸດຄົ້ນເອົາບໍ່ແຮ່ ຫຼື ຊັບພະຍາກອນທໍາທະຊາດເທົ່ານຫັ້ນ.

Схожие новости

#Наименование новостиТональностьИнформативностьДата публикации
1ພັດທະນາ ຫຼື ຍາດເອົາດິນປະຊາຊົນ01001-08-2026
2Вьетнам не признал решения Китая в отношении спорных островов в Восточном море0019-04-2020
3ໄມ້ເຖື່ອນເມືອງຕຸ້ມລານ ສົ່ງອອກຂາຍ ຫວຽດນາມ 01011-06-2026
4СМИ: Хайнань проложит по морскому дну кабели из Китая в страны Юго-Восточной Азии0017-10-2020
5Хабаровский край предложил китайским предпринимателям развивать свои проекты в регионе0025-05-2023
6Хайнань ликвидирует безработицу за счет предоставления рабочей силы югу материкового Китая0004-09-2019
7Хайнань будет форсировать развитие современного сельского хозяйства0001-12-2021
8Сахалин и Хайнань станут побратимами: регионы готовят делегации0520-07-2026
9Два района Хайнаня вошли в список образцовых туристических территорий КНР0028-09-2019
10Власти Китая намерены сделать Хайнань крупным региональным авиационным транспортным узлом0006-08-2019

Классификация: . Схожих патентов: 0. Схожих новостей: 10. Тональность: 0. Информативность: 7.51. Источник: www.rfa.org.